Silána
ຫ້ອງເຮັດກິ່ນ
Silána ແມ່ນສະຕູດິໂອນ້ຳຫອມສະເພາະບຸກຄົນ ແລະ ສຳນັກງານ ໃຈກາງວຽງຈັນ - ພວກເຮົາອອກແບບກິ່ນສະເພາະຕົວໃຫ້ເປັນເອກະລັກໜຶ່ງຄົນຕໍ່ໜຶ່ງສູດ ດ້ວຍຫັດຖະກຳ ແລະ ຄວາມຕັ້ງໃຈ ເພື່ອຄວາມງາມທີ່ແຕກຕ່າງ ເພາະພວກເຮົາເຊື່ອວ່າທຸກສະຖານທີ່ມີຄວາມຊົງຈຳ ແລະກິ່ນນັ້ນສາມາດດຶງຄວາມຊົງຈຳ ແລະ ຄວາມຄິດຮອດໂດຍບໍ່ຕ້ອງໄປເຖິງສະຖານທີ່ນັ້ນໂດຍຕົງ.

ຈຸດເລີ່ມຕົ້ນ
Silána ເກີດຈາກຄວາມເຊື່ອວ່າ ນ້ຳຫອມທີ່ດີ ຄວນເປັນເອກະລັກສະເພາະບຸກຄົນ ລະຫວ່າງຜູ້ໃຊ້ ກັບ ຕົວນ້ຳຫອມເອງ.
ພວກເຮົາເປີດສະຕູດີໂອ ອອກແບບກິ່ນໃນຫ້ອງນ້ອຍໆ ໃຈກາງວຽງຈັນ ໃນປີ 2026 ດ້ວຍນ້ຳມັນຫອມ 30 ຊະນິດ ຕູ້ແກ້ວສາມຕູ້ ແລະ ຄວາມຕັ້ງໃຈໜຶ່ງດຽວ - ເຮັດໃຫ້ກິ່ນກາຍເປັນຄວາມຊົງຈຳ
ຫຼັກການ
ງານຝີມື
ທຸກຂວດບັນຈຸກິ່ນທີ່ສະຕູດິໂອຂອງພວກເຮົາ ດ້ວຍການລົງມືເຮັດດ້ວຍໂຕທ່ານເອງ
ຄວາມຕັ້ງໃຈ
ເພາະພວກເຮົາເຊື່ອວ່າທຸກສະຖານທີ່ມີຄວາມຊົງຈຳ ແລະກິ່ນນັ້ນສາມາດດຶງຄວາມຊົງຈຳ ແລະ ຄວາມຄິດຮອດໂດຍບໍ່ຕ້ອງໄປເຖິງສະຖານທີ່ນັ້ນໂດຍຕົງ.
ຄວາມງຽບ
ພວກເຮົາບໍ່ເຊື່ອໃນການຕະຫຼາດທີ່ດັງ ກິ່ນທີ່ດີເວົ້າດ້ວຍຕົນເອງ ແລະ ເວົ້າສະເພາະກັບຜູ້ທີ່ຢູ່ໃກ້ພໍ.
ສະຕູດິໂອ
ສະຕູດິໂອແຫ່ງນີ້ ບໍ່ແມ່ນພຽງສະຖານທີ່ຜະລິດນ້ຳຫອມ ແຕ່ເປັນພື້ນທີ່ທີ່ແນວຄິດ, ຄວາມຄິດສ້າງສັນ ແລະ ຄວາມປະນີດ ມາພົບກັນ. ທຸກຂວດເລີ່ມຕົ້ນຈາກການຄັດເລືອກວັດຖຸດິບຢ່າງພິຖີພິຖັນ, ການທົດລອງສູດຢ່າງລະອຽດ ແລະ ການຜະລິດດ້ວຍມື ເພື່ອໃຫ້ທຸກກິ່ນຫອມສາມາດຖ່າຍທອດເລື່ອງລາວ ແລະ ຕົວຕົນຂອງຜູ້ໃຊ້ໄດ້ຢ່າງແທ້ຈິງ. ສຳລັບພວກເຮົາ, ສະຕູດິໂອແຫ່ງນີ້ ຄືຈຸດເລີ່ມຕົ້ນຂອງກິ່ນຫອມທີ່ຖືກສ້າງຂຶ້ນດ້ວຍຄວາມໃສ່ໃຈໃນທຸກລາຍລະອຽດ.
ວັດຖຸດິບ
ທຸກກິ່ນຫອມເລີ່ມຕົ້ນຈາກວັດຖຸດິບທີ່ມີຄຸນນະພາບ. ພວກເຮົາຄັດເລືອກຫົວນ້ຳຫອມ ແລະ ສ່ວນປະກອບຈາກແຫຼ່ງທີ່ໄວ້ວາງໃຈໄດ້ ເພື່ອໃຫ້ໄດ້ກິ່ນຫອມທີ່ສະອາດ, ສົມດຸນ ແລະ ຕິດທົນ. ທຸກວັດຖຸດິບຖືກຄັດສັນ ແລະ ກວດສອບຢ່າງພິຖີພິຖັນ ເພາະພວກເຮົາເຊື່ອວ່າ ຄຸນນະພາບຂອງນ້ຳຫອມ ເລີ່ມຕົ້ນຈາກຄຸນະພາບຂອງວັດຖຸດິບ.
ການບົ່ມ
ຫຼັງຈາກການຜະສົມ ນ້ຳຫອມຈະຖືກນຳໄປບົ່ມໄວ້ໃນສະພາບແວດລ້ອມທີ່ເໝາະສົມ ເພື່ອໃຫ້ໂມເລກຸນຂອງຫົວນ້ຳຫອມ, ແອລກໍຮໍ ແລະ ສ່ວນປະກອບອື່ນໆ ປະສານກັນຢ່າງສົມດຸນ. ຂັ້ນຕອນນີ້ຊ່ວຍໃຫ້ກິ່ນຫອມມີຄວາມນຸ່ມນວນ, ກົມກຽວ, ມີຄວາມເລິກ ແລະ ສະແດງເອກະລັກຂອງສູດນ້ຳຫອມໄດ້ຢ່າງສົມບູນ.
ສັ່ງຜະລິດພິເສດ
ທຸກກິ່ນຫອມມີເລື່ອງລາວ ແລະ ທຸກຄົນກໍມີຕົວຕົນທີ່ບໍ່ຄືກັນ. ພວກເຮົາໃຫ້ບໍລິການສັ່ງທຳນ້ຳຫອມພິເສດ ໂດຍອອກແບບກິ່ນຫອມໃຫ້ສອດຄ່ອງກັບບຸກຄະລິກ, ຄວາມຊອບ ແລະ ໂອກາດການໃຊ້ຂອງແຕ່ລະຄົນ. ທຸກສູດຖືກສ້າງຂຶ້ນຢ່າງພິຖີພິຖັນ ເພື່ອໃຫ້ໄດ້ກິ່ນຫອມທີ່ເປັນເອກະລັກ ແລະ ມີພຽງສຳລັບທ່ານ.
ລາຍເຊັນ
ທຸກກິ່ນຫອມທີ່ອອກຈາກສະຕູດິໂອຂອງພວກເຮົາ ລ້ວນມີລາຍເຊັນທີ່ເປັນເອກະລັກ. ລາຍເຊັນນີ້ບໍ່ແມ່ນພຽງສັນຍາລັກ ແຕ່ເປັນຄວາມພິຖີພິຖັນ, ຄວາມໃສ່ໃຈ ແລະ ມາດຕະຖານທີ່ພວກເຮົາຍຶດຖືໃນທຸກຂວດ. ມັນຄືເຄື່ອງໝາຍແຫ່ງຄຸນນະພາບ ແລະ ຄວາມໂດດເດັ່ນ ທີ່ສະທ້ອນຕົວຕົນຂອງແບຣນໃນທຸກລາຍລະອຽດ
“ພວກເຮົາບໍ່ໄດ້ຂາຍນ້ຳຫອມ ພວກເຮົາກຳລັງສ້າງຄວາມຊົງຈຳ”
- ສະຕູດິໂອຂອງ Silána · ນະຄອນຫຼວງວຽງຈັນ