Silána
ຄອລເລັກຊັນ
ທຸກໆຂວດຖືກເຮັດຂຶ້ນ ຄັດສັນວັດຖຸດິບຈາກທົ່ວອາຊີ, ເລືອກໜຶ່ງກິ່ນທີ່ເປັນເອກະລັກ ຫຼື ປະສົມຂຶ້ນເພື່ອທ່ານ.
81 ກິ່ນໃນຄອລເລັກຊັນ
ເຊັດນໍ້າຫອມຊິກເນເຈີ 4 ກິ່ນ — BLANC, VELVET, OBSIDIAN ແລະ ROYALE ຖ່າຍທອດສະເໜ່ທີ່ແຕກຕ່າງ ຕັ້ງແຕ່ຄວາມນຸ້ມລະມຸນ ຫຼຽບຫຼູ ໄປຈົນເຖີງເຂັ້ມລຶກແລະໜ້າຄົ້ນຫາ ໃຫ້ທ່່ານໄດ້ເລືອກກິ່ນທີ່ສະທ້ອນໂຕຕົນໃນທຸກມິຕິ
ຫອມລະມຸນຄືຜ້າ ອ່ອນຫວານແຕ່ຊວນໃຫ້ຫຼົງໄຫຼເປັ່ງສະເໜ່ຜູ້ຍິງທີ່ຫຼູຫຼາເໜືອການເວລາ
ຫອມສະອາດ ນຸ້ມລະມຸນ ເຜີຍຄວາມຫຼູຫຼາແບບຜູ້ຍິງທີ່ແພງຢ່າງເປັນທຳມະຊາດ
ກິ່ນໄມ້ ແລະ ແອມເບີທີ່ສຸຂຸມ ເທ່ ແລະມີສະເໜ່ແບບຜູ້ຊາຍມີລົດສະນິຍົມ
ກິ່ນສະອາດແບບເສື້ອເຊີ້ດສີຂາວ ຫຼຽບ ເທ້ ແລະແພງຢ່າງເປັນທຳມະຊາດ
ກິ່ນມິ້ນ ປະສົມກິ່ນໝາກນາວ ໃຫ້ຄວາມຮູ້ສຶກສົດໃສ, ສົດຊື່ນແລະມີພະລັງ ເໝາະໃຊ້ປະຈຳວັນ
ກິ່ນຢູຊຸ ແລະ ຂີງ ໃຫ້ຄວາມຮູ້ສຶກຂີ້ຫຼິ້ນ, ສົດຊື່ນແບບຊິດຕຣັດເບົາໆ ມີຊີວິດຊີວາ ໃຜໄດ້ກິ່ນນີ້ກະຕ້ອງທ້ວງວ່າ ໜ້າຮັກແລະສົດໃສສຸດໆ
ກິ່ນໂອໂຊນປະສົມກັບກິ່ນອາຍທະເລແສນສະຫງົບ ເພີ່ມຄວາມດອກບົວ ເຮັດໃຫ້ຮູ້ສຶກອ່ອນໂຍນ ແລະ ຜ່ອນຄາຍ
Lady in Pink ເປັນກິ່ນທີ່ໃຫ້ຄວາມຮູ້ສຶກ ອ່ອນຫວານ, ສົດໃສ ແລະ ສະຫງ່າງາມ ປຽບດ່ງຜູ້ຍິງທີ່ແຕ່ງໂຕລຽບຫຼູ ມີຮອຍຍິ້ມອົບອຸ່ນ ແລະ ມີສະເໜ່ແບບທຳມະຊາດ ກິ່ນບໍ່ຫວານຈັດ ແຕ່ເປັນ Floral ທີ່ນຸ້ມ ຟຸ້ງ ແລະ ແລດູແພງ
ກິ່ນດອກກຸຫລາບໜ້າດຶງດູດ ມີຊີວິດຊີວາ ປະສົມລິລີ່ໄດ້ກິ່ນເຖີງຄວາມໂຣແມນຕິກ ແລະ ເຮັດໃຫ້ໝັ້ນໃຈ
กลิ่นดอกโบตั๋นและดอกมะลิที่งดงาม มีพลังประสมแววติเวอร์ เบิ่งมีระดับและผ่อนคลาย
ກິ່ນຟຣີເຊຍ ເປັນກິ່ນດອກໄມ້ທີ່ໃຫ້ຄວາມຮູ້ສຶກ ສະອາດ ສົດໃສ ອ່ອນໂຍນ ແລະ ຫຼູແບບທຳມະຊາດ ຖືເປັນໜຶ່ງໃນກິ່ນທີ່ໄດ້ຮັບຄວາມນິຍົມຫຼາຍໃນນໍ້າຫອມຜູ້ຍິງ ແລະ ຍັງໃຊ້ໃນນໍ້າຫອມ Unisex ໄດ້ນຳ
ເປັນກິ່ນທີ່ໄດ້ຮັບແຮງບັນດານໃຈຈາກເລົາຈ໌ຂອງໂຮງແຮມ ຫຼື ຄລັບທີ່ລະດັບ Luxury ໃຫ້ຄວາມຮູ້ສຶກສະຫງົບ ອົບອຸ່ນ ສຸຂຸມ ແລະ ມີລະດັບ ເປັນກິ່ນີ່ຊວນໃຫ້ຄິດເຖິງເຟີນີເຈີໄມ້ ໜັງແທ້ ແລະ ບັນຍາກາດຜ່ອນຄາຍທີ່ດູແພງ
ເປັນກິ່ນທີ່ສື່ເຖິງ ຄວາມສະຫງ່າງາມ ພູມຖານ ແລະ ມີຄວາມໝັ້ນໃຈ ປຽບຄືຜູ້ຍິງທີ່ແຕ່ງໂຕລຽບງ່າຍແຕ່ມີລະດັບ ເປັນກິ່ນທີ່ໃຫ້ຄວາມຮູ້ສຶກຫຼູຫຼາແບບຄາສສິກ ບໍ່ຫວານເກີນໄປ ແລະ ໃຊ້ໄດ້ທຸກໂອກາດ
ເປັນກິ່ນທີ່ປະສົມປະສານຄວາມ ສົດຊື່ນຂອງສະໝຸນໄພ (Aromatic Amber) ເຂົ້າກັບຄວາມ ອົບອຸ່ນຂອງ Amber ເຮັດໃຫ້ໄດ້ທັງກິ່ນສະອາດ ອົບອຸ່ນ ແລະ ມີຄວາມຫຼູຫຼາໃນເວລາດຽວກັນ ບໍ່ຫວານຈັດ ແລະ ບໍ່ໜັກແບບ Amber ດັ້ງເດີມ
ເປັນກິ່ນທີ່ໃຫ້ຄວາມຮູ້ສຶກຜິວສະອາດ ມີກິ່ນລູກແພຣອ່ອນໆ ບໍ່ແມ່ນກິ່ນທີ່ຫວານຈັດ ແຕ່ເປັນຄວາມຫອມທີ່ນຸ້ມລະມຸນ ໂປ່ງ ແລະ ຄືທຳມະຊາດ
ເປັນກິ່ນໄມ້ຊີດາທີ່ ສະອາດ,ນຸ້ມ ແລະ ໂປ່ງ ບໍ່ແມ່ນກິ່ນໄມ້ເຂັ້ມ ຫຼື ແຫ້ງຈັດ ແຕ່ໃຫ້ຄວາມຮູ້ສຶກຄືໄມ້ທຳມະຊາດທີ່ອາບແສງແດດໃນຕອນເຊົ້າ ໃຫ້ຄວາມຮູ້ສຶກອົບອຸ່ນ, ສະຫງົບ ແລະ ມີລະດັບ
ເປັນກິ່ນໄມ້ຈັນທີ່ ນຸ້ມ, ລະມຸນ ແລະ ອົບອຸ່ນ ແຕກຕ່າງຈາກໄມ້ຊີດາບ່ອນທີ່ໃຫ້ຄວາມຮູ້ສຶກ ຄຣີມມີ້ (Creamy) ແລະ ນຸ້ມນວນກວ່າ ບໍ່ແຫ້ງ ຫຼື ຂົມ ຈຶ່ງເປັນໜຶ່ງໃນກິ່ນໄມ້ທີ່ນິຍົມໃຊ້ເປັນ Base ຂອງນໍ້າຫອມພຣີມ່ຽມ
ເປັນກິ່ນແປ້ງທີ່ສະອາດ ນຸ້ມ ຟຸ້ງ ແລະ ໃຫ້ຄວາມຮູ້ສຶກອົບອຸ່ນ ຄືຫາກໍ່ອາບນໍ້າ ຫຼື ທາແປ້ງໃໝ່ໆ ບໍ່ແມ່ນແປ້ງໂບຮານ ແຕ່ເປັນແນວແປ້ງຫຼູທີ່ເຈີ້ໄດ້ໃນນໍ້າຫອມ ແລະ ເຄື່ອງສຳອາງລະດັບພຣີມ່ຽມ
Saff ຫຼື Saffron ເປັນກິ່ນທີ່ປະສົມຄວາມຫວານນຸ້ມ ເຂົ້າກັບ ຫຍ້າຝຣັງ (Saffron) ໃຫ້ຄວາມຮູ້ສຶກອົບອຸ່ນ, ຫຼູຫຼາ ແລະ ມີສະເໜ່ ກິ່ນນີ້ບໍ່ໄດ້ຫວານຈົນຂົມ ແຕ່ເປັນຄວາມຫວານແບບຜູ້ໃຫຍ້ ດູແພງແລະມີມິຕິ
ເປັນກິ່ນທີ່ປະສົມປະສານຄວາມອົບອຸ່ນຂອງໄມ້ ກັບຄວາມນຸ້ມສະອາດຂອງມັສກ ໃຫ້ຄວາມຮູ້ສຶກລຽບຫຼູ້ຕິດຜິວ ແລະ ເປັນທຳມະຊາດ ບໍ່ຫວານ ບໍ່ຊຸນ ແຕ່ມີສະເໜ່ແບບງຽບໆ
ເປັນກິ່ນທີ່ປະສົມປະສານຄວາມອ່ອນຫວານຂອງດອກໄມ້ ເຂົ້າກັບ Patchouli (ພິມເສນເທດ) ເຊິ່ງໃຫ້ກິ່ນແນວໄມ້ ດິນ ແລະຄວາມອົບອຸ່ນ ເຮັດໃຫ້ໄດ້ກິ່ນທີ່ມີມິຕິ ຫຼູຫຼາ ແລະ ຕິດທົນກວ່າຟອລຣັລທົ່ວໄປ
ເປັນກິ່ນທີ່ສື່ເຖີງ ຫ້ອງແຕ່ງໂຕສຸດຫຼູ ເຕັມໄປດ້ວຍຄວາມສະອາດ, ຄວາມນຸ້ມ ແລະ ຄວາມຫອມຂອງເຄື່ອງສຳອາງລະດັບພຣີມ່ຽມ ໃຫ້ຄວາມຮູ້ສຶກຄືຍ່າງເຂົ້າໄປໃນຫ້ອງແຕ່ງໂຕຂອງໂຮງແຮມຫຼູ ຫຼື ບູຕິກແບຣນແຟຊັ່ນ
ເປັນກິ່ນທີ່ສື່ເຖິງຄວາມຫຼູຫຼາ, ອົບອຸ່ນ ແລະ ສະຫງ່າງາມ ໃຫ້ຄວາມຮູ້ສຶກຄືແສງສີທອງໃນຊ່ວງດວງຕາເວັນກຳລັງຂື້ນ ຫຼື ກ່ອນທີ່ຕາເວັນຈະຕົກດິນ ກິ່ນມີຄວາມນຸ້ມລະມຸນ ແຕ່ແຝງຄວາມໝັ້ນໃຈ ແລະ ມີລະດັບ
ເປັນກິ່ນທີ່ປະສົມຄວາມ ສົດຊື່ນຂອງໝາກໄມ້ຕະກູນສົ້ມ ກັບ ຄວາມອົບອຸ່ນຂອງໄມ້ແລະດິນ ໃຫ້ຄວາມຮູ້ສຶກສະອາດ, ສົດໃສ ແຕ່ມີຄວາມສຸຂມແລະເປັນທຳມະຊາດ ບໍ່ແມ່ນກິ່ນສົ້ມ ຫວານແບບຂະໜົມອົມ ແຕ່ເປັນສົ້ມທີ່ແພງແລະມີມິຕິ
ກິ່ນຫອມສະໄຕລ໌ສະປາຍີ່ປຸ່ນ ປະສານຄວາມນຸ້ມຂອງໄມ້ຈັນ ດອກໄມ້ຊະກຸລະ ແລະກິ່ນຫອມຂອງລາເວນເດີ ມອບບັນຍາກາດສະຫງົບ ຜ່ອນຄາຍ ແລະ ອົບອຸ່ນຄືກັບຢູ່ໃນອອນເຊັນຫຼູ
ກິ່ນຫອມ Floral ແປ້ງນຸ້ມລະມຸນ ປະສານດອກມະລິ ແລະ ຄວາມສົດຊື່ນຂອງ Ozone ມອບບັນຍາກາດທີ່ສະອາດ ສະຫງ່າງາມ ແລະ ຫຼູຫຼາຢ່າງເປັນທຳມະຊາດ
ກິ່ນຫອມ Floral ນຸ້ມລະມຸນ ປະສົມປະສານຄວາມສົດໃສຂອງ Bergamot ແລະ ຄວາມອ່ອນໂຍນຂອງ Jasmine ບົນພື້ນຖານທີ່ຫຼູຫຼາ ໃຫ້ບັນຍາກາດອົບອຸ່ນ ໂຣແມນຕິກ ແລະ ສະຫງ່າງາມໃນທຸກຊ່ວງເວລາ
ໂຄມໄຟອຸ່ນທຽນຫອມທີ່ຊ່ວຍລະລາຍທຽນຢ່າງນຸ້ມນວນກະຈາຍກິ່ນຫອມທົ່ວພື້ນທີ່ໂດຍບໍ່ຕ້ອງໃຊ້ເປວໄຟ
ເຄື່ອງກະຈາຍກິ່ນນໍ້າຫອມປັບອາກາດສຳລັບສ້າງບັນຍາກາດ ໃຫ້ທຸກພື້ນທີ່ຫອມສະໝໍ່າສະເໝີ ຫຼູຫຼາ ແລະ ໜ້າຈົດຈຳ
ຊັກສະອາດ ນຸ້ມ ຫອມຍາວນານ ດ້ວຍເຈວບອລຊັກ 5 in 1 ໃນເມັດດຽວ
ກິ່ນຫອມສະອາດ ສົດຊື່ນ ໄດ້ຮັບແຮງບັນດານໃຈຈາກສາຍລົມແລະທ້ອງທະເລ ມອບຄວາມຮູ້ສຶກໂປ່ງ ໂລ່ງ ສະບາຍ ພ້ອມເພີ່ມຄວາມສົດຊື່ນໃຫ້ທ່ານຕະຫຼອດວັນ
ກິ່ນຫອມຫວານລະມຸນຂອງດອກໂບຕັນ ໃຫ້ຄວາມຮູ້ສຶກສົດໃສ ອ່ອນໂຍນ ແລະ ສະຫງ່າງາມ ພົກພາສະດວກ ເພີ່ມຄວາມຫອມໄດ້ທຸກບ່ອນທຸກເວລາ
ເຕີມບັນຍາກາດຄືໄດ້ພັກຜ່ອນໃນຣີສອດແຄມທະເລຫຼູຫຼາ ດ້ວຍກິ່ນຫອມສະອາດສົດຊື່ນຈາກ Aquatic ປະສົມປະສານຄວາມສົດໃສຂອງ Bergamot ແລະນຸ້ມລະມຸນຂອງ Ocean ໃຫ້ບ້ານຂອງທ່ານ ຮູ້ສຶກໂປ່ງ ໂລ່ງ ສະບາຍ ແລະ ຜ່ອນຄາຍໝົດມື້
ໝາກສົ້ມໂອ ຊີຕຣັສ, ມີພະລັງ
ແພຣ໌ຫວານ, ມີຄວາມສຸກ ແລະ ມີສະເໜ່.
ແພຣ໌, ໂຣແມນຕິກ ແລະ ເປັນທຳມະຊາດ.
ຢູຊຸສົດຊື່ນ, ເປັນອິດສະຫຼະ ແລະ ຮັກການຜະຈົນໄພ.
ນ້ຳຕານ ແລະ ຫຍ້າຝຣັ່ນ, ເປັນເອກະລັກ ແລະ ຊວນຄົ້ນຫາ.
ໄມ້ ມັສກ໌, ຫຼູຫຼາ ແລະ ຊົງພະລັງ.
ໄມ້ຈັນ, ສະຫງົບ ແລະ ມິນິມອລ
ມັສກ໌ແລະໄມ້ເຂັ້ມ ລຽບຫຼູ ລຶກລັບ
ດອກໂບຕັນບານ. ເປັນມິດ ແລະ ອົບອຸ່ນ.
ໄມ້ອ່ອນ ຊີດາ ເປັນມືອາຊີບ ແລະ ໝັ້ນໃຈ.
ຟຣີເຊຍອ່ອນໂຍນ. ອ່ອນໂຍນ ແລະ ເອົາໃຈໃສ່.
ໄມ້ສົນຊີດາທີ່ສະອາດ, ໜ້າເຊື່ອຖື ແລະ ເໜືອການເວລາ.
ຢູຊຸສົດໃສ. ສ້າງສັນ ແລະ ເປັນອິດສະລະ.
ພີໂອນີຫວານນຸ່ມ ສົດໃສ ຊວນຝັນ ແລະ ອ່ອນໂຍນ
ກຸຫຼາບຫຼູຫຼາ ເລິກຊຶ້ງ ອ່ອນຫວານແຕ່ເຕັມໄປດ້ວຍສະເໜ່